From 2f2e353ecef52639a78cac3bc407ccfe64197ac9 Mon Sep 17 00:00:00 2001 From: Mario Date: Sat, 7 Oct 2023 16:00:34 +0000 Subject: use new lang detect library which supports much more languages --- .../language-detection/resources/lo/lo.php | 317 +++++++++++++++++++++ .../language-detection/resources/lo/lo.txt | 156 ++++++++++ 2 files changed, 473 insertions(+) create mode 100644 vendor/patrickschur/language-detection/resources/lo/lo.php create mode 100644 vendor/patrickschur/language-detection/resources/lo/lo.txt (limited to 'vendor/patrickschur/language-detection/resources/lo') diff --git a/vendor/patrickschur/language-detection/resources/lo/lo.php b/vendor/patrickschur/language-detection/resources/lo/lo.php new file mode 100644 index 000000000..4a6cf9baa --- /dev/null +++ b/vendor/patrickschur/language-detection/resources/lo/lo.php @@ -0,0 +1,317 @@ + + array ( + 0 => 'ນ', + 1 => 'າ', + 2 => 'ດ', + 3 => 'ກ', + 4 => '_ນ', + 5 => 'ະ', + 6 => 'ມ', + 7 => 'ງ', + 8 => 'ສ', + 9 => '_ດ', + 10 => 'ອ', + 11 => 'ເ', + 12 => '_ກ', + 13 => 'ຄ', + 14 => 'ບ', + 15 => 'ວ', + 16 => 'ທ', + 17 => 'ລ', + 18 => 'ນ_', + 19 => 'ທ_', + 20 => 'ສ_', + 21 => 'ຕ', + 22 => 'ຄ_', + 23 => '_າ', + 24 => 'ານ', + 25 => 'ດ_', + 26 => 'ໃ', + 27 => '_ມ', + 28 => 'ຫ', + 29 => 'ຂ', + 30 => '_ບ', + 31 => 'ອງ', + 32 => 'ກ_', + 33 => 'ຕ_', + 34 => '_ງ', + 35 => 'ການ', + 36 => 'ລະ', + 37 => 'ແ', + 38 => 'ຈ', + 39 => 'ປ', + 40 => 'ບ_', + 41 => '_ແລ', + 42 => 'ແລະ', + 43 => 'ມ_', + 44 => 'ຍ', + 45 => 'ກາ', + 46 => 'ລະ_', + 47 => '_ອ', + 48 => 'ຫ_', + 49 => '_ກຄ', + 50 => 'າດ', + 51 => '_ສ_', + 52 => 'ກຄ_', + 53 => '_ແ', + 54 => '_ສ', + 55 => 'ຊ', + 56 => 'ະ_', + 57 => 'ແລ', + 58 => 'ຂອງ', + 59 => 'າມ', + 60 => 'ລ_', + 61 => 'ຳ', + 62 => 'ພ', + 63 => 'ກຄ', + 64 => 'ປະ', + 65 => 'ຂ_', + 66 => 'ຄວາ', + 67 => 'ວາມ', + 68 => '_ບ_', + 69 => '_ວ', + 70 => 'ໃນ', + 71 => 'ວ_', + 72 => 'ຂອ', + 73 => 'ຈະ', + 74 => 'ວາ', + 75 => 'ສະ', + 76 => 'ຊ_', + 77 => '_ຈະ', + 78 => '_ນ_', + 79 => '_ຈ', + 80 => 'າງ', + 81 => 'ຄວ', + 82 => 'ຮ_', + 83 => 'ໄ', + 84 => 'ນທ', + 85 => '_າງ', + 86 => '_ມ_', + 87 => 'ນທ_', + 88 => '_ດ_', + 89 => 'ມາ', + 90 => '_ເ', + 91 => 'າ_', + 92 => 'ດທ_', + 93 => 'ໄດ_', + 94 => 'ດຕ', + 95 => '_ນທ', + 96 => '_ອງ', + 97 => 'ນກ', + 98 => '_ໃ', + 99 => 'ພ_', + 100 => 'ຮ', + 101 => 'ຜ_', + 102 => 'ຕາ', + 103 => 'ອ_', + 104 => 'ປ_', + 105 => '_ຂ_', + 106 => '_ດທ', + 107 => 'ເປ_', + 108 => 'ຖ', + 109 => '_ຂ', + 110 => 'ດທ', + 111 => 'ຊາ', + 112 => 'ນສ', + 113 => 'ະເ', + 114 => '_ຫ_', + 115 => '_ມາ', + 116 => 'ມາດ', + 117 => 'າດຕ', + 118 => '_ຄ', + 119 => 'ຜ', + 120 => 'ໄດ', + 121 => 'ໃຫ_', + 122 => 'ຽ', + 123 => 'ດຕາ', + 124 => 'ໂດຍ', + 125 => 'ຖ_', + 126 => 'ໂ', + 127 => 'ພາບ', + 128 => 'ະນ', + 129 => 'ນເ', + 130 => 'ຊາດ', + 131 => 'ຕາ_', + 132 => 'ງຕ_', + 133 => '_ພາ', + 134 => 'ເປ', + 135 => 'ຢ_', + 136 => '_ຫ', + 137 => 'ໃຫ', + 138 => 'ຍ_', + 139 => '_ພ', + 140 => 'ພາ', + 141 => 'າບ', + 142 => 'ນສ_', + 143 => 'ສລ_', + 144 => 'ເສລ', + 145 => '_ກາ', + 146 => '_ຮ_', + 147 => 'ນມ_', + 148 => 'ດຍ', + 149 => 'ໂດ', + 150 => 'ໃດ', + 151 => 'ດສ', + 152 => 'າຍ', + 153 => '_ນມ', + 154 => 'ນກາ', + 155 => '_ນເ', + 156 => 'ອງຕ', + 157 => 'ຈ_', + 158 => 'ສາ', + 159 => 'າກ', + 160 => 'ງກ', + 161 => '_ງຄ', + 162 => 'ດເ', + 163 => 'ງຕ', + 164 => 'ຢ', + 165 => 'ໝ', + 166 => 'ເສ', + 167 => 'ນໃ', + 168 => 'ທຳ', + 169 => '_ຄວ', + 170 => '_ທ', + 171 => '_ກ_', + 172 => 'ະນ_', + 173 => '_ນຕ', + 174 => 'ໜ', + 175 => 'ະກ', + 176 => 'ງຄ', + 177 => 'ເຫ', + 178 => 'ໜ_', + 179 => 'ນມ', + 180 => 'ຕາມ', + 181 => '_ປະ', + 182 => 'າດ_', + 183 => '_ນໃ', + 184 => 'ນຕ', + 185 => 'ະຫ', + 186 => 'ມຄ', + 187 => 'ສລ', + 188 => '_ຮ', + 189 => '_ດເ', + 190 => 'ງຄ_', + 191 => 'ານ_', + 192 => '_ວຍ', + 193 => 'ະກາ', + 194 => '_ດສ', + 195 => 'ງສ', + 196 => '_ໃນ', + 197 => 'ເລ_', + 198 => '_ທ_', + 199 => 'ານສ', + 200 => 'ເນ_', + 201 => 'ນຕ_', + 202 => 'ປະກ', + 203 => 'ມະ', + 204 => 'ະເທ', + 205 => 'ງກ_', + 206 => 'ຈະໄ', + 207 => '_ກສ', + 208 => 'ເພ_', + 209 => '_ນກ', + 210 => 'ນຂ', + 211 => 'ນອ', + 212 => 'ດຂ', + 213 => 'ດສະ', + 214 => 'ນນ_', + 215 => '_າ_', + 216 => 'ະຕ_', + 217 => 'ນອ_', + 218 => 'ປະເ', + 219 => 'ດຕ_', + 220 => 'ເທດ', + 221 => '_ານ', + 222 => 'ໃນກ', + 223 => 'ມະນ', + 224 => '_ຍ', + 225 => 'ທດ', + 226 => '_ປ', + 227 => 'ເພ', + 228 => 'ນນ', + 229 => 'ຳເ', + 230 => 'ະໄ', + 231 => '_ຕ', + 232 => 'ະມ', + 233 => 'ກສ', + 234 => 'ງ_', + 235 => 'ງມ', + 236 => 'າມເ', + 237 => '_ໃດ', + 238 => 'ະໄດ', + 239 => 'ນກ_', + 240 => 'ປະຊ', + 241 => 'ນປະ', + 242 => 'ດຂອ', + 243 => 'ເຫ_', + 244 => 'ຳເນ', + 245 => 'າມຄ', + 246 => 'ນຜ_', + 247 => 'ວຍ', + 248 => 'ະຊ', + 249 => 'ມເ', + 250 => '_ຽ', + 251 => 'ດກ', + 252 => 'ເທ', + 253 => '_ລ', + 254 => 'າຊ', + 255 => 'ໝ_', + 256 => 'ເນ', + 257 => 'ນປ', + 258 => 'ນໃນ', + 259 => 'ກາດ', + 260 => '_ຜ_', + 261 => '_ດຂ', + 262 => 'ກສາ', + 263 => '_ວ_', + 264 => 'ານກ', + 265 => 'ໝາຍ', + 266 => '_ຽວ', + 267 => 'ງປະ', + 268 => 'ເລ', + 269 => 'ນດ', + 270 => 'ໃຈ', + 271 => 'ນຄ', + 272 => 'ນະ', + 273 => '_ນໄ', + 274 => '_ດໝ', + 275 => 'ດໝາ', + 276 => '_ນຜ', + 277 => 'ມຄ_', + 278 => 'ອງມ', + 279 => 'ດຳເ', + 280 => '_ເປ', + 281 => 'ະທ', + 282 => 'ນແ', + 283 => 'ຽວ', + 284 => 'າທ', + 285 => 'ຄອ', + 286 => 'ທາ', + 287 => 'ະຕ', + 288 => 'ໝາ', + 289 => 'ດໃ', + 290 => 'ບຄ', + 291 => 'ນສະ', + 292 => 'ນຂອ', + 293 => '_ງກ', + 294 => 'ເຊ_', + 295 => '_ບຮ', + 296 => '_ລະ', + 297 => 'ນລ', + 298 => 'ຍເ', + 299 => 'ໄປ', + 300 => 'າວ', + 301 => 'ນໄ', + 302 => 'ວນ', + 303 => 'ຄະ', + 304 => 'ມກ', + 305 => 'ງປ', + 306 => 'ງຊ', + 307 => 'ນຜ', + 308 => '_ນໂ', + 309 => 'ະທຳ', + ), +); diff --git a/vendor/patrickschur/language-detection/resources/lo/lo.txt b/vendor/patrickschur/language-detection/resources/lo/lo.txt new file mode 100644 index 000000000..0d128ed85 --- /dev/null +++ b/vendor/patrickschur/language-detection/resources/lo/lo.txt @@ -0,0 +1,156 @@ +ປະກາດສາກົນ ກ່ຽວກັບສິດຂອງມະນຸດ + +ວັນທີ 20 ທັນວາ ຄ.ສ 1958 + +ກອງປະຊຸມໃຫຍ່ສະຫະປະຊາຊາດໄດ້ຮັບຮອງ ແລະ ປະກາດສິດຂອງມວນມະນຸດຊື່ງພວກເຮົາໄດ້ຈັດພິມຂື້ນຕະຫຼອດບົດຫຼັງການປະກາດອັນເປັນປະຫວັດການນີ້ກອງປະຊຸມໃຫຍ່ໄດ້ຊີ້ແຈງກັບສະມາຊິກທຸກໆທ່ານຂໍຈົ່ງຢ່າໄດ້ປະລະເລີຍໂອກາດ ແລະ ວິທີທາງອັນໃດຊື່ງສາມາດຈະໄດ້ຮັບໃນອານາຄົດ, ເພື່ອເຜີຍແຜ່ໃຫ້ປະຊາຊົນໄດ້ຮັບແຈກຈ່າຍອ່ານ ແລະ ວິຈານສີ່ງສຳຄັນໃນໂຮງຮຽນ ແລະ ສະຖານສຶກສາໃດໆໂດຍບໍ່ຄຳນືງເຖິງລັດທິ, ການເມືອງຂອງເຮົາ ຫຼື ປະເທດໃດເລີຍ. + +ສຳນັກງານຖະແຫຼງຂ່າວຂອງອົງການສະຫະປະຊາຊາດ ຄ.ສ 1958. +ບົດນຳ + +ດ້ວຍເຫດວ່າ: ການຮັບຮູ້ກຽດຕິສັກອັນມີປະຈຳຢູ່ຕົວບຸກຄົນໃນວົງສະກຸນຂອງມະນຸດທຸກໆຄົນ ແລະ ການຮັບຮູ້ສິດສະເໝີພາບ ແລະ ສະເຖຍລະພາບຂອງບຸກຄົນເຫຼົ່ານັ້ນ ປະກອບເປັນຮາກຖານຂອງສິດເສລີພາບ ຍຸດຕິທຳ ແລະ ສັນຕິພາບຂອງໂລກ. + +ດ້ວຍເຫດວ່າ: ການບໍ່ຮັບຮູ້ ແລະ ໜີ່ນປະໝາດຕໍ່ສິດຂອງມະນຸດນັ້ນໄດ້ເປັນຕົ້ນເຫດໃຫ້ເກີດການກະທຳຢ່າງປ່າເຖື່ອນຊື່ງຈະເຮັດໃຫ້ແຄ້ນໃຈຕໍ່ມະໂນທຳຂອງມະນຸດ ແລະ ເຫັນວ່າການນຳຊື່ງໂລກມະນຸດທີ່ຈະມີອິດສະຫຼະໃນການສະແດງຄວາມເວົ້າ ແລະ ຄວາມເຊື່ອຖືຊື່ງຈະພົ້ນຈາກຄວາມຫວາດຫວັ່ນ ຢ້ານກົວ ແລະ ຍາກຈົນຂົ້ນແຄ້ນນັ້ນໄດ້ຖືກປະກາດວ່າ: ເປັນຄວາມປາຖະໜາອັນຍອດຍີ່ງຂອງມະນຸດ. + +ດ້ວຍເຫດວ່າ: ມີຄວາມສຳຄັນທີ່ຕ້ອງລະບຽບສິດປ້ອງກັນສິດທັງຫຼາຍຂອງມະນຸດເພື່ອບໍ່ໃຫ້ບຸກຄົນຖືກບັງຄັບໃຈໃຫ້ຕໍ່ສູ້ຄວາມບຽດບຽນຂ້ຽວແຂ້ນແລະຄວາມກົດຂີ່ຂົ່ມເຫງຈົນເຫຼືອວິໃສ. + +ດ້ວຍເຫດວ່າ: ເປັນຂໍ້ສຳຄັນທີ່ຕ້ອງເຊີດຊູສຳພັນທະໄມຕີລະຫວ່າງປະເທດຊາດໃຫ້ດີຍີ່ງຂື້ນ; + +ດ້ວຍເຫດວ່າ: ໃນກົດໝາຍໂລກນັ້ນປະຊາຊົນແຫ່ງສະຫະປະຊາຊາດໄດ້ປະກາດຢືນຢັນຄວາມເຊື່ອຖືຂອງຕົນອີກໃນສິດສຳຄັນຂອງມະນຸດ ໃນກຽດຕິສັກ ແລະ ຄຸນຄ່າຂອງບຸກຄົນໃນຄວາມສະເໝີພາບຂອງສິດສ່ວນບຸກຄົນຜູ້ຊາຍ ຫຼື ຜູ້ຍິງ ແລະ ເຫັນວ່າ:ປະຊາຊົນເຫຼົ່ານັ້ນໄດ້ປະກາດຕົນເປັນຜູ້ຈະເລີນພໍແລ້ວທີ່ຈະຊ່ວຍສະໜັບສະໜູນຄວາມກ້າວໜ້າທາງດ້ານສັງຄົມປະລະຈະຈັດຕັ້ງມາດຕະຖານການຄອງຊີບໃຫ້ດີຍີ່ງຂື້ນໂດຍເສລີພາບອັນກວ້າງຂວາງ: + +ດ້ວຍເຫດວ່າ: ລັດສະມາຊິກຕ່າງໆໄດ້ໃຫ້ຄວາມໝັ້ນສັນຍາວ່າຈະຮ່ວມມືກັບອົງການສະຫະປະຊາຊາດເພື່ອຈັດດຳເນີນການໃຫ້ການນັບຖືສິດທັງຫຼາຍຂອງມະນຸດ ແລະ ສິດເສລີພາບອັນສຳຄັນທັງມວນໄດ້ເປັນໄປທົ່ວໂລກຢ່າງປະຈັກ. + +ດ້ວຍເຫດວ່າ: ຄວາມເຂົ້າໃຈໃນສິດເສລີພາບເຫຼົ່ານີ້ໂດຍທົ່ວກັນເປັນຂໍ້ສຳຄັນຍີ່ງເພື່ອປະຕິບັດຕາມສັນຍານີ້ຢ່າງສົມບູນ. + +ກອງປະຊຸມໃຫຍ່ຈື່ງປະກາດວ່າ: + +ປະກາດສາກົນກ່ຽວກັບສິດຂອງມະນຸດສະບັບນີ້ເປັນອຸດົມຂະຕິຮ່ວມກັນທີ່ຈະໃຫ້ຊົນຊາດ ແລະ ປະເທດຊາດທຸກໆຊາດບັນລຸເຖິງ ເພື່ອຈະໃຫ້ບຸກຄົນທຸກຄົນ ແລະ ອົງການສັງຄົມທຸກອົງການ ຊື່ງຖືເອົາປະກາດນີ້ເປັນນິໃສປະຈຳໃຈສະເໝີນັ້ນພະຍາຍາມຈັດການໃຫ້ມີຜູ້ນັບຖືສິດ ແລະ ເສລີພາບເຫຼົ່ານີ້ໃຫ້ກວ້າງຂວາງອອກໄປໂດຍການສຶກສາ ແລະ ການອົບຮົມ ແລະ ຈັດການໃຫ້ມີຜູ້ຮັບຮູ້ ແລະ ປະຕິບັດສິດ ແລະ ເສລີພາບນີ້ທົ່ວໄປຢ່າງປະຈັກໂດຍໃຊ້ລະບຽບຕາມຂັ້ນຂອງຊາດໃຫ້ໄດ້ຜົນເປັນລຳດັບຂື້ນໄປ; ການນັບຖືສິດ ແລະ ເສລີພາບນີ້ໃຫ້ດຳເນີນໄປໃນທ່າມກາງຊາວຊົນພົນລະເມືອງຂອງບັນດາລັດສະມາຊິກນັ້ນເອງພ້ອມກັບທັງຊາວຊົນພົນລະເມືອງຂອງບັນດາດິນແດນທີ່ຢູ່ໃນອຳນາດແຫ່ງກົດໝາຍຂອງລັດເຫຼົ່ານັ້ນດ້ວຍ. +ມາດຕາ 1: + +ມະນຸດເກີດມາມີສິດເສລີພາບ ແລະ ສະເໝີໜ້າກັນໃນທາງກຽດຕິສັກ ແລະ ທາງສິດດ້ວຍມະນຸດມີສະຕິສຳປັດຊັນຍະ(ຮູ້ດີຮູ້ຊົ່ວ)ແລະມີມະໂນທຳຈື່ງຕ້ອງປະພຶດຕົນຕໍ່ກັນໃນທາງພີ່ນ້ອງ. +ມາດຕາ 2: + +ຂໍ້ 1.ຄົນຜູ້ໃດກໍ່ອ້າງຕົນໄດ້ວ່າ:ມີສິດ ແລະ ເສລີພາບທຸກຢ່າງທີ່ໄດ້ປ່າວຮ້ອງຢູ່ໃນປະກາດສະບັບນີ້ໂດຍບໍ່ເລືອກໜ້າ ບໍ່ຈຳກັດເຊື້ອຊາດ,ຜິວເນື້ອ,ເພດ,ສາສະໜາ ຄວາມຄິດເຫັນໃນດ້ານການເມືອງ ຫຼື ອື່ນໆ ກຳເນີດແຫ່ງຊາດຫຼື ສັງຄົມຖານະການມີຊັບສົມບັດມາກ ຫຼື ນ້ອຍ,ມີຕະກຸນ ຫຼື ຖານະອື່ນໆ. + +ຂໍ້ 2.ອີກປະການໜື່ງ ຈະບໍ່ຈຳກັດຢ່າງໃດໃນການແຕກຕ່າງກັນອັນເນື່ອງມາຈາກລະບຽບການເມືອງການປົກຄອງ ຫຼື ລະຫວ່າງຊາດຂອງປະເທດ ຫຼື ດິນແດນ ຊື່ງບຸກຄົນຜູ້ໃດຜູ້ໜື່ງສັງກັດຢູ່;ດິນແດນນັ້ນຈຳເປັນເອກະລາດຢູ່ໃນຄວາມອາລັກຂາຂອງມະຫາອຳນາດ ຫຼື ບໍ່ມີອິດສະຫຼະ ຫຼື ຖືກລົດອະທິປະໄຕລົງໂດຍຈຳກັດກໍ່ຕາມ. +ມາດຕາ 3. + +ບຸກຄົນທຸກຄົນມີສິດດຳລົງຊີວິດ ມີສິດເສລີພາບ ແລະ ຄວາມປອດໄພໃນຕົວ. +ມາດຕາ 4. + +ບໍ່ມີຜູ້ໃດເລີຍທີ່ຈະຕ້ອງຖືວ່າ:ມີອາການເປັນທາດ ແລະ ເປັນຂ້ອຍເປັນຂ້າການເປັນທາດ ແລະ ຂ້າທາດນັ້ນ ເປັນສີ່ງທີ່ຕ້ອງຫ້າມທຸກປະການ. +ມາດຕາ 5. + +ບໍ່ມີຜູ້ໃດເລີຍທີ່ຈະຕ້ອງຖືກທໍລະມານຕົວ ຖືກໂທດ ຫຼື ຂະນາບຢ່າງມາລຸນໂຫດຮ້າຍຢ່າງຂາດມະນຸດສະທຳ ຫຼື ເຊື່ອມເສຍກຽດຕິຍົດ. +ມາດຕາ 6. + +ບຸກຄົນຜູ້ໃດກໍລະນີມີສິດທີ່ຈະຮັບຮູ້ນິໃສປະຈຳບຸກຄົນທີ່ປະຕິບັດກັນໃນທາງກົດໝາຍນະສະຖານທີ່ທຸກແຫ່ງ. +ມາດຕາ 7. + +ບຸກຄົນສະເໝີກັນຕໍ່ໜ້າກົດໝາຍ ແລະ ມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງຂອງກົດໝາຍເທົ່າທຽມກັນໂດຍບໍ່ມີການແຕກຕ່າງທຸກຄົນມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງເທົ່າທຽມກັນຕໍ່ການກະທຳໃດໆທີ່ຖືກບຸກຄົນແຕກຕ່າງກັນອັນອາດເປັນການລະເມີດໃບປະກາດສະບັບນີ້ ແລະ ຕໍ່ການທ້າທາຍໃດໆທີ່ຈະຖືໃຫ້ແຕກຕ່າງກັນດັ່ງນີ້: +ມາດຕາ 8. + +ທຸກຄົນມີສິດທີ່ຈະເພີ່ງສານປະຈຳຊາດທີ່ມິອຳນາດເພື່ອຕໍ່ວ່າການກະທຳອັນເປັນການລະເມີດສິດສຳຄັນລັດຖະທຳມະນູນ ຫຼືກົດໝາຍໄດ້ຮັບຮູ້ແລ້ວນັ້ນ. +ມາດຕາ 9. + +ບຸກຄົນໃດບໍ່ອາດຖືກຈັບກຸມຄຸມຂັງ ແລະ ເນລະເທດໂດຍລຳພັງໃຈເລີຍ. +ມາດຕາ 10. + +ບຸກຄົນແຕ່ລະຄົນມີສິດເສລີພາບຢ່າງເຕັມທີ່ ທີ່ຈະໄຫ້ສານອິດສະຫຼະ ແລະ ທ່ຽງທຳຟັງຄວາມກ່າວຫາຂອງຕົນຢ່າງຍຸດຕິທຳ ແລະ ເປີດເຜີຍສານນັ້ນຈະພິຈາລະນາຕົກລົງຕາມສິດ ແລະ ໜ້າທີ່ຂອງບຸກຄົນ ຫຼື ຕາມຄຳກ່າວຫາໃສ່ບຸກຄົນຜູ້ນັ້ນຢ່າງມີເຫດຜົນພຽງພໍຢູ້ໃນພະແນກອາຍາ. +ມາດຕາ 11. + +ຂໍ້ 1. ບຸກຄົນຜູ້ໃດທີ່ຖືກກ່າວຫາກະທຳຜິດກົດໝາຍນັ້ນຕ້ອງໃຫ້ຖືວ່າບໍ່ມີຄວາມຜິດຈົນກວ່າຄວາມຜິດຂອງຜູ້ນັ້ນຈະປະກົດຂື້ນຕາມກົດໝາຍໃນລະຫວ່າງການດຳເນີນຄະດີຊ້ອງໜ້າປະຊາຊົນ ໃນລະຫວ່າງນັ້ນຕ້ອງໃຫ້ບຸກຄົນຜູ້ກ່ຽວຂ້ອງໄດ້ມີປະກັນອັນຄວນໃນການຕໍ່ສູ້ຄະດີຂອງຕົນ. + +ຂໍ້ 2. ຜູ້ໃດຜູ້ໜື່ງຈະບໍ່ຖືກໂທດເລີຍໃນການກະທຳ ຫຼື ການຫຼົງລືມຖ້າຫາກວ່າໃນຄະນະທີ່ທຳນັ້ນເຫັນວ່າບໍ່ຜິດຕໍ່ກົດໝາຍຂອງຊາດ ຫຼື ລະຫວ່າງຊາດໃນທຳນອງດຽວກັນ ບໍ່ຄວນຈະປັບໃໝໃສ່ໂທດບຸກຄົນຜູ້ນັ້ນໃຫ້ໜັກກວ່າໂທດທີ່ໃຊ້ປະຕິບັດໃນຄະນະທີ່ກະທຳຄວາມຜິດນັ້ນ. +ມາດຕາ 12. + +ບຸກຄົນຜູ້ໃດຈະຖືກຜູ້ອື່ນແຊກແຊງກ່ຽວຂ້ອງໂດຍລຳພັງໃຈໃນການດຳເນີນຊີວິດຂອງຕົນເອງຄອບຄົວຂອງຕົນກ່ຽວຂ້ອງນຳທີ່ພັກອາໃສຂອງຕົນ ຫຼື ນຳຈົດໝາຍທີ່ຂຽນໄປມາຫາກັນ ຫຼື ຈະຖືກບຽດບຽນກຽດຕິຍົດ ແລະ ຊື່ສຽງຂອງຕົນນັ້ນບໍ່ໄດ້ເລີຍບຸກຄົນທຸກຄົນມີສິດທີ່ຈະຢູ່ໃນຄວາມ ຄຸ້ມຄອງຂອງກົດໝາຍເພື່ອຕໍ່ວ່າການແຊກແຊງ ຫຼື ການບຽດບຽນເຊັ່ນນັ້ນ. +ມາດຕາ 13. + +ຂໍ້ 1. ບຸກຄົນທຸກຄົນມີສິດທີ່ຈະທ່ອງທ່ຽວໄປມາໂດຍເສລີ ແລະ ເລືອກທີ່ຕັ້ງພູມລຳເນົາຢູ່ພາຍໃນລັດ ຫຼື ລັດໜື່ງ. + +ຂໍ້ 2. ບຸກຄົນແຕ່ລະຄົນມີສິດທີ່ຈະຈາກປະເທດໃດປະເທດໜື່ງໄປ ນັບທັງປະເທດຂອງຕົນດ້ວຍ ແລະ ກັບຄືນມາໃນປະເທດຂອງຕົນໄດ້. +ມາດຕາ 14. + +ຂໍ້ 1. ບຸກຄົນທຸກຄົນເມື່ອຖືກບຽດບຽນຂ້ຽວເຂັນນັ້ນສິດທີ່ຈະຫາທີ່ອາໄສ ແລະ ຮັບເອົາທີ່ອາໄສໃນປະເທດອື່ນກໍ່ໄດ້. + +ຂໍ້ 2. ສິດສ່ວນນີ້ບໍ່ໃຫ້ອ້າງອອກໃດ້ໃນກໍລະນີທີ່ຄຳຮ້ອງຟ້ອງກ່າວຫາຫາກມີເຫດຜົນຕາມຄວາມຈິງອັນກ່ຽວແກ່ໂທດທາງກົດໝາຍລະຫວ່າງຊາດ ຫຼື ກ່ຽວເຖິງການກະທຳທີ່ຂັດຕໍ່ຫຼັກການ ແລະ ຄວາມມຸ້ງໝາຍຂອງສະຫະປະຊາຊາດ. +ມາດຕາ 15. + +ຂໍ້ 1. ບຸກຄົນຜູ້ໃດກໍ່ຈະມີສິດມີສັນຊາດ. + +ຂໍ້ 2. ບໍ່ມີຜູ້ໃດເລີຍທີ່ຈະຖືກຖອນສັນຊາດຂອງຕົນໂດບລຳພັງໃຈ ຫຼື ຖືກຖອນສິດໃນການປ່ຽນສັນຊາດ. +ມາດຕາ 16. + +ຂໍ້ 1. ຕັ້ງແຕ່ມີອາຍຸລຸ້ນບ່າວສາວຂື້ນໄປຜູ້ຊາຍ ແລະ ຜູ້ຍິງໂດຍບໍ່ຈຳກັດສັນຊາດ ເຊື້ອຊາດ ຫຼື ສາສະໜາ ມີສິດທີ່ຈະສົມລົດ(ແຕ່ງດອງເອົາກັນເປັນຜົວເມຍ) ແລະ ສ້າງຄອບຄົວຄູ່ສົມລົດມີສິດສະເໝີກັນໃນເມື່ອວິວາຫະມົງຄົນ ໃນລະຫວ່າງຢູ່ກິນດ້ວຍກັນຖານຜົວເມຍ ແລະ ໃນຂະນະທີ່ມີການເລີກວິວາຫະມົງຄົນ. + +ຂໍ້2. ການສົມລົດຈະຕົກລົງກັນໄດ້ກໍ່ແຕ່ເມື່ອຄູ່ສົມລົດໄດ້ໃຫ້ຄວາມສົມຍອມ ຢ່າງເຕັມໃຈ ແລະ ເດັດຂາດ. + +ຂໍ້3. ຄອບຄົວເປັນວັດຖຸທຳມະຊາດ ແລະ ຫຼັກສຳຄັນຂອງສັງຄົມ ແລະ ມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງຈາດສັງຄົມ ແລະ ຈາກລັດ. +ມາດຕາ 17. + +ຂໍ້ 1. ບຸກຄົນທຸກຄົນໂດຍລຳພັງ ຫຼື ໃນໝູ່ຄະນະກໍ່ຄືມີສິດທີ່ຈະເປັນເຈັ້າຂອງໂດຍກຳມະສິດ. + +ຂໍ້ 2. ຜູ້ໃດຈະຖອນກຳມະສິດຂອງບຸກຄົນນັ້ນໂດຍລຳພັງໃຈບໍ່ໄດ້ເລີຍ. +ມາດຕາ 18. + +ບຸກຄົນທຸກຄົນມີສິດເສລີພາບໃນຄວາມຄິດໃນຄວາມເຊື່ອຖື ແລະ ການຖືສາສະໜາ ສິດສ່ວນນີ້ກ່ຽວຂ້ອງດ້ວຍສິດເສລີພາບໃນການປ່ຽນສາສະໜາໃໝ່ ຫຼື ຄວາມເຊື່ອຖືຢ່າງຈິງໃຈ ແລະ ເສລີພາບໃນການສະແດງໃຫ້ເຫັນສາສະໜາຂອງຕົນ ຫຼື ຄວາມເຊື່ອຖືຢ່າງຈິງໃຈຂອງຕົນໃນການສອນໂດຍການກະທຳພິທີນະມັດສະການ ແລະ ປະຕິບັດຕາມຈາຮີດປະເພນີການສະແດງນັ້ນກະທຳໂດຍລຳພັງ ຫຼື ຮ່ວມໝູ່ຄະນະກໍ່ຕາມ. +ມາດຕາ 19. + +ບຸກຄົນທຸກຄົນມີສິດເສລີພາບໃນການອອກ ແລະ ສະແດງຄວາມຄິດຄວາມເຫັນ ດັ່ງນັ້ນຈື່ງເປັນອັນວ່າ: ກ່ຽວແກ່ສິດທີ່ບໍ່ຕ້ອງວິຕົກໃນຄວາມຄິດຄວາມເຫັນຂອງຕົນ ແລະ ສິດທີ່ຈະສືບຫາຮັບແຜ່ພາບຂ່າວ ແລະ ຄວາມຄິດໂດຍວິທີໃດກໍ່ຕາມ ແລະ ໂດຍບໍ່ຈຳກັດເຂດແດນຂອງປະເທດ. +ມາດຕາ 20. + +ຂໍ້ 1. ບຸກຄົນທຸກຄົນມີສິດເສລີພາບໃນການປະຊຸມ ແລະ ສະມາຄົມໃນທາງສັນຕິສຸກ. + +ຂໍ້ 2. ບໍ່ມີຜູ້ໃດເລີຍທີ່ຈະຕ້ອງຖືກບັງຄັບໃກ້ເຂົ້າເປັນສະມາຊິກໃນສະມາຄົມໃດສະມາຄົມໜື່ງ. +ມາດຕາ 21. + +ຂໍ້ 1. ບຸກຄົນທຸກຄົນມີສິດທີ່ຈະຮ່ວມໃນການບໍລິຫານກິຈະການແຜ່ນດິນໃນປະເທດຂອງຕົນໂດຍຕົງກໍ່ດີໂດຍຜູ້ຕາງໜ້າທີ່ໄດ້ເລືອກຕາມອຳເພີໃຈແລ້ວກໍ່ດີ. + +ຂໍ້ 2. ບຸກຄົນທຸກຄົນມີສິດທີ່ຈະຮັບຕຳແໜ່ງລາດສະການແຫ່ງປະເທດຂອງຕົນຕາມກໍລະນີສະເໝີພາກ. + +ຂໍ້ 3. ຄວາມເຈດຕະນາຂອງຊົນຊາດແມ່ນຫຼັກສຳຄັນຂອງອຳນາດສາທາລະນະ, ຄວາມເຈດຕະນານີ້ຕ້ອງໃຫ້ສະແດງອອກມາຕາມພິທີຄັດເລືອກຢ່າງສຸດຈະຫຼິດຊື່ງຈະຕ້ອງກະທຳກັນຕາມກຳນົດເວລາໂດຍມີການລົງຄະແນນສຽງສະເໝີກັນທົ່ວໄປ ແລະ ດ້ວຍພິທີລັບ ຫຼື ຕາມພິທີດຽວກັນທີ່ໄຫ້ເສລີພາບໃນການລົງຄະແນນສຽງ. +ມາດຕາ 22. + +ຂໍ້ 1. ບຸກຄົນທຸກຄົນໃນຖານະທີ່ເປັນສະມາຊິກຂອງສັງຄົມມີສິດທີ່ຈະໄດ້ຮັບຄວາມປອດໄພດ້ານສັງຄົມ;ບຸກຄົນທຸກຄົນມີສິດທີ່ຈະໄດ້ຮັບຄວາມພໍໃຈໃນສິດທີ່ກ່ຽວຂ້ອງແກ່ເສດຖະກິດ ສັງຄົມ ແລະ ວັດທະນາທຳຊື່ງຈຳເປັນແກ່ກຽດຕິສັກຂອງຕົນໂດຍເສລີທັງນີ້ຍ້ອນຄວາມພະຍາຍາມຂອງຊາດ ແລະ ຄວາມຮ່ວມມືລະຫວ່າງຊາດໂດຍຄຳນືງເຖິງການວາງລະບຽບ ແລະ ຊັບສົມບັດຂອງແຕ່ລະປະເທດ. +ມາດຕາ 23. + +ຂໍ້ 1. ບຸກຄົນທຸກຄົນມີສິດທີ່ຈະເຮັດວຽກເຮັດການເລືອກການງານຂອງຕົນຕາມລຳເພີງໃຈຕາມກໍລະນີທີ່ເປັນທຳ ແລະ ພໍໃຈ ແລະ ມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງຕໍ່ການຂາດງານທຳ. + +ຂໍ້ 2. ທຸກຄົນມີສິດທີ່ຈະໄດ້ຮັບຄ່າຈ້າງສົມກັບງານທີ່ທຳນັ້ນໂດຍບໍ່ມີການແຕກຕ່າງກັນ. + +ຂໍ້ 3. ບຸກຄົນຜູ້ໃດທຳການງານມີສິດທີ່ຈະຮັບລາງວັນຕາມຄວາມຍຸດຕິທຳ ແລະ ພໍໃຈເພື່ອລ້ຽງຊີບຂອງຕົນ ແລະ ຄອບຄົວໂດຍສົມກຽດ ແລະ ຖ້າເປັນການສົມຄວນກໍ່ຈະໄດ້ຮັບຄວາມຄຸ້ມຄອງຈາກສັງຄົມໂດຍວິທີອື່ນໆອີກດ້ວຍ. + +ຂໍ້4. ບຸກຄົນທຸກຄົນມີສິດທີ່ຈະຕັ້ງສະມາຄົມຂື້ນກັບພັກພວກອື່ນໆ ແລະ ເຂົາເປັນສະມາຊິກເພື່ອປ້ອງກັນຜົນປະໂຫບດຂອງຕົນ. +ມາດຕາ 24. + +ບຸກຄົນທຸກຄົນມີສິດທີ່ຈະພັກຜ່ອນຢ່ອນໃຈ (ມີເວລາຫວ່າງ) ແລະ ເປັນຕົ້ນວ່າໄລຍະເວລາທຳນັ້ນຈະໄດ້ຖືກກະໃຫ້ມີກຳນົດໄວ້ຕາມສົມຄວນສ່ວນຄ່າຈ້າງລາຍວັນນັ້ນກໍ່ຈະໄດ້ຄິດໃຫ້ລຳສັບເວລາພັກຜ່ອນຕາມກຳນົດດ້ວຍ. +ມາດຕາ 25. + +ຂໍ້ 1. ບຸກຄົນທຸກຄົນທີ່ຈະມີມາດຕະຖານການຄອງຊີບພຽງພໍເພື່ອສຸຂະພາບ ແລະ ຄວາມສະບາຍຂອງຕົນ ແລະ ຄອບຄົວຂອງຕົນເປັນຕົ້ນວ່າສຳລັບອາຫານການກິນເຄື່ອງນຸ່ງຮົ່ມທີ່ພັກອາໃສ ການຮັກສາຕົວຈາກແພດພ້ອມທັງການກ່ຽວແກ່ສັງຄົມທີ່ຈຳເປັນນັ້ນດ້ວຍ;ບຸກຄົນທຸກຄົນມີສິດທີ່ຈະຮັບການປອດໄພໃນເມື່ອຂາດທຳງານໃນເມື່ອມີຄວາມເຈັບເປັນຖືກພິການ ເປັນໝ້າຍເຖົ້າແກ່ສະລາ ຫຼື ຢູ່ໃນສະຖານອື່ນໆເຊັ່ນ:ຂາດພິທີຫາລ້ຽງຊີບອັນເນື່ອງມາຈາກເຫດການທີ່ເກີດຂື້ນຢ່າງບໍ່ເຈດຕະນານັ້ນ. + +ຂໍ້ 2. ມາດາຜູ້ຄອດບຸດ ແລະ ເດັກທີ່ເກີດໃໝ່ມີສິດທີ່ຈະໄດ້ຮັບການຊົດຊ່ອຍ ແລະ ຄວາມຊ່ວຍເຫຼືອໂດຍສະເພາະເດັກນ້ອຍທຸກຄົນທີ່ເກີດມາກາງວິວາຫະມົງຄົນ ຫຼື ນອກວິວາຫະມົງຄົນມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງຈາກສັງຄົມເຊັ່ນດຽວກັນ. +ມາດຕາ 26. + +ຂໍ້ 1. ບຸກຄົນທຸກຄົນມີສິດທີ່ຈະໄດ້ຮັບການອົບຮົມສຶກສາ, ການອົບຮົມສຶກສານັ້ນຕ້ອງດຳເນີນໂດຍບໍ່ໃຫ້ມີການເສຍຄ່າ, ຢ່າງໜ້ອຍຕ້ອງແມ່ນການສືກສາຊັ້ນມູນ ແລະ ທີເປັນເຄົ້າສຳລັບມູນສືກສາ ດຳເນີນໂດຍບໍ່ມີການເສຍຄ່າການສຶກສາວິຊາສະເພາະ ແລະ ອະຊິວະສືກສາຕ້ອງໃຫ້ດຳເນີນທົ່ວໄປ, ສ່ວນອຸດົມສືກສານັ້ນຕ້ອງເປີດໃຫ້ແກ່ບຸກຄົນທຸກຄົນໂດຍສະເໝີພາບເຕັມທີ່ ແລະ ຕາມຄຸນນະວຸດທິຂອງບຸກຄົນ. + +ຂໍ້ 2. ການອົບຮົມສຶກສານັ້ນຕ້ອງໄດ້ມຸ້ງໄປຫາຄວາມເບີກບານອັນເຕັມທີ່ຂອງບຸກຄະລິກແຫ່ງມະນຸດ ແລະ ມຸ້ງເຖິງຄວາມນັບຖືສິດຂອງມະນຸດ. 'ແລະ ເສລີພາບສ່ວນສຳຄັນນັ້ນໃຫ້ມາກຍີ່ງຂື້ນການອົບຮົມສຶກສາຕ້ອງສະໜັບສະໜູນຄວາມເຂົ້າໃຈຄວາມຜ່ອນຜັນ ແລະ ມິດຕະພາບລະຫວ່າງປະເທດຊາດທຸກປະເທດ ແລະ ໝູ່ກຸ່ມເຊື້ອຊາດ ຫຼື ສາສະໜາທຸກເຫຼົ່າພ້ອມດ້ວຍຂະຫຍາຍການດຳເນີນຂອງສະຫະປາຊາຊາດເພື່ອຮັກສາໄວ້ຊື່ສັນຕິພາບ.' + +ຂໍ້ 3. ພໍ່ແມ່ມີສິດກ່ອນເພີ່ນທີ່ຈະເລືອກເອົາຊະນິດການອົບຮົມສຶກສາທີ່ຈະໄຫ້ລູກຂອງຕົນໄດ້ຮັບນັ້ນ. +ມາດຕາ 27. + +ຂໍ້ 1. ບຸກຄົນທຸກຄົນທີ່ສິດທີ່ຈະເຂົ້າຮ່ວມດຳເນີນການສຶກສາໃນໝູ່ຄະນະໂດຍເສລີຮັບຄວາມເພີດເພີນຈາກສິນລະປະ ແລະ ຮ່ວມມືຈັດການກ້າວໜ້າໃນດ້ານວິທະຍາສາດ ແລະ ຜົນປະໂຫຍດທີ່ຈະໄດ້ມານັ້ນດ້ວຍ. + +ຂໍ້ 2. ຜູ້ໃດກໍ່ມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງຈາກຜົນປະໂຫຍດທາງກາຍ ແລະ ໃຈອັນເກີດມາຈາກການດຳເນີນທຸກຢ່າງໃນດ້ານວິທະຍາສາດວັນນະຄະດີ ຫຼື ສິນລະປະຊື່ງຕົນເປັນເຈົ້າຂອງນັ້ນ. +ມາດຕາ 28. + +ບຸກຄົນທຸກຄົນມີສິດທີ່ຈະມີການສະຫງົບເກີດຂື້ນໃນດ້ານສັງຄົມ ແລະ ໃນດ້ານຕ່າງປະເທດເພື່ອຈະໃຫ້ມີສິດ ແລະ ເສລີພາບທັງມວນທີ່ໄດ້ກ່າວໃນໃບປະກາດສະບັບນີ້ດຳເນີນໄປຢ່າງສັກສິດສົມບູນ. +ມາດຕາ 29. + +ຂໍ້ 1. ບຸກຄົນໃດກໍ່ມີໜ້າທີ່ຊື່ງຕ້ອງປະຕິບັດຕໍ່ໝູ່ຄະນະໃນສັງຄົມ; ຄວາມຈະເລີນແຫ່ງບຸກຄະລິກຂອງຕົນຈະດຳເນີນໄປໄດ້ຢ່າງເສລີ ແລະ ສົມບູນກໍ່ແຕ່ໃນວົງໝູ່ຄະນະເທົ່ານັ້ນ. + +ຂໍ້ 2. ໃນການປະຕິບັດສິດ ແລະ ເສລີພາບຂອງຕົນນັ້ນທຸກຄົນໃດຕ້ອງດຳເນີນຢູ່ໃນຂອບເຂດແຫ່ງກົດໝາຍທີ່ຕັ້ງໄວ້ນັ້ນທັງສີ້ນຢ່າງເໝາະສົມແກ່ຄວາມຕ້ອງການຂອງທຳມະຈະລິຍາຄວາມສະຫງົບຂອງສາທາລະນະຊົນ ແລະ ສັນຕິສຸກຮ່ວມກັນໃນສັງຄົມປະຊາທິປະໄຕ. + +ຂໍ້ 3. ໃນສະຖານໃດກໍ່ດີສິດ ແລະ ເສລີພາບເຫຼົ່ານີ້ບໍ່ຄວນໃຫ້ປະຕິບັດໄປໃນທາງຂັດຂວາງຕໍ່ຈຸດໝາຍ ແລະ ຫຼັກການຂອງສະຫະປະຊາຊາດ. +ມາດຕາ 30. + +ຂໍ້ໃດຂໍ້ໜື່ງໃນປະກາດສະບັບນີ້ບໍ່ໃຫ້ເອົາຕິດຄວາມເຂົ້າໄປໃນທາງອັນກ່ຽວແກ່ສິດໃດສິດໜື່ງສະລັບລັດໃດລັດໜື່ງ ໝູ່ຄະນະໃດຄະນະໜື່ງ ຫຼື ບຸກຄົນໃດບຸກຄົນໜື່ງທີ່ຈະດຳເນີນຫຼື ປະຕິບັດການອັນມຸ້ງທຳລາຍສິດ ແລະ ເສລີພາບທັງມວນຢູ່ໃນປະກາດສະບັບນີ້. \ No newline at end of file -- cgit v1.2.3